ສະຫະລັດອາເມລິກາ

ຈາກ ວິກິພີເດຍ

ສະຫະລັດອາເມລິກາ (ຄຳເຄົ້າ: ສຫຣັຖອເມຣິກາ[໑], ອັງກິດ: United States of America) ຫຼືມັກຫຍໍ້ວ່າ ສະຫະລັດ ຫຼື ອາເມລິກາ ແມ່ນສະຫະພັນທະລັດປະຊາທິປະໄຕ ປົກປ້ອງພາຍໃຕ້ລັດຖະທຳມະນູນ ປະກອບໄປດ້ວຍລັດ 50 ລັດ. ມີພື້ນທີ່ຄອບຄຸມສ່ວນຫຼາຍຂອງທະວີບອາເມລິກາເໜືອ.​ ມີພົມແດນຕິດຕໍ່ກັບປະເທດການາດາທາງທິດເໜືອ ແລະປະເທດເມັກຊິໂກທາງທິດໃຕ້. ສ່ວນພົມແດນທາງທະເລນັ້ນ ແມ່ນຕິດຕໍ່ກັບການາດາ, ລັດເຊຍ ແລະ ບາຮາມາດ ໂດຍມີມະຫາສະໝຸດປາຊີຟິກ ທະເລແບລິ້ງ ມະຫາສະໝຸດອາກຕິກ ມະຫາສະໝຸດອັດລັງຕິກ ອ່າວເມັກຊິໂກ ແລະທະເລກາລາອິບເປັນຜືນນ້ຳລ້ອມຮອບ. ນອກຈາກນີ້ຍັງມີດິນແດນລາງສ່ວນໃນກາລາອິບແລະມະຫາສະໝຸດປາຊິຟິກອີກນຳ.

ອ້າງອີງ[ດັດແກ້]

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.