ຈັກກະພັດນາໂປເລອົງທີ 1

ຈາກ ວິກິພີເດຍ

ຈັກກະພັດນາໂປເລອົງທີ 1 ຫຼື ນາໂປເລອົງ ໂບນາປາກ (ຝະລັ່ງ: Napoléon Bonaparte; 15 ສິງຫາ ຄ.ສ. 1769 - 5 ພຶສະພາ ຄ.ສ. 1821) ເປັນນາຍພົນໃນຊ່ວງການປະຕິວັດຝະລັ່ງ. ດຳລົງຕຳແໜ່ງກົງສຸນໃຫຍ່ຂອງຝະລັ່ງ ຕັ້ງແຕ່ປາຍປີ ຄ.ສ. 1799 ແລະໄດ້ກາຍເປັນຈັກກະພັດຂອງຊາວຝະລັ່ງລະຫວ່າງປີ ຄ.ສ. 1804 ຫາ ຄ.ສ. 1814 ພາຍໃຕ້ພະນາມວ່າ ນາໂປເລອົງທີ 1 ຜູ້ໄດ້ມີໄຊແລະປົກຄອງດິນແດນສ່ວນຫຼາຍຂອງທະວີບເອີລົບ ແລະໄດ້ແຕ່ງຕັ້ງໃຫ້ແມ່ທັບແລະອ້າຍນ້ອງຂອງລາວຂຶ້ນຄອງບັນລັງໃນລາຊະອານາຈັກເອີລົບຫຼາຍແຫ່ງນຳກັນ ເຊັ່ນ ປະເທດແອສະປາຍ ເມືອງນາບໃນປະເທດອີຕາລີ ແຄວ້ນຟາລີຕາເວັນຕົກໃນປະເທດເຢຍລະມັນ ປະເທດໂຮນລັງ ແລະປະເທດຊູແອດ.